Skip to content Skip to sidebar Skip to footer

ລົງຕິດຕາມການລົງເຜີຍແຜ່ຄວາມຮູ້ຂອງນັກສຶກສາກູ່ມບົດບາດຍິງ-ຊາຍ

ໃນວັນທີ 10-12 ພຶດສະພາ 2022 ທີ່ຜ່ານມາ, ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍໄດ້ ລົງຕິດຕາມການລົງເຜີຍແຜ່ຄວາມຮູ້ຂອງນັກສຶກສາກູ່ມບົດບາດຍິງ-ຊາຍ, ກ່ຽວກັບຫົວຂໍ້ ບົດບາດຍິງ-ຊາຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ບາງມາດຕາກົດໝາຍທີ່ກ່ຽວພັນກັບແມ່ຍິງ ໃຫ້ກັບນັກສຶກສາ 6 ຄະນະວິຊາ ຂອງມະຫາວິທະຍາໄລຈໍາສັກ. ຈຸດປະສົງໃນການລົງເຜີຍແຜ່ຄວາມຮູ້ໃນຄັ້ງນີ້ແມ່ນ ເພື່ອໃຫ້ນັກສຶກສາແຕ່ລະຄະນະ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ, ຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ ບາງມາດຕາກົດໝາຍທີກ່ຽວພັນກັບແມ່ຍິງ ແລະ ສາມາດນໍາເອົາບົດຮຽນທີ່ໄດ້ຮັບຮູ້ໄປບອກຕໍ່ ແລະ ນຳໃຊ້ເຂົ້າໃນການດໍາລົງຊິວິດປະຈໍາວັນຂອງເຂົາເຈົ້າ.
ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເອເຊຍ (TAF) ໂດຍຜ່ານແຜນງານການຊ່ວຍເຫຼືອທາງດ້ານກົດໝາຍທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID)
 
On 10-12 May 2022, ADWLE in collaboration with the Faculty of Law and Administration (FLA), Champasack University, followed up the law students gender group on Dissemination on Gender, GBV and some articles of Laws Related to Women to 6 faculties in CPS University. To make students understand gender equality, GBV and law related to women and they can share their knowledge with the community.

Leave a comment

four × five =