Skip to content Skip to footer

ງານ ສະເຫຼີມສະຫຼອງ ວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກຍິງ ທີ່ ບ້ານ ປາກຊາບໃໝ່ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ

ວັນ ທີ 8 ທັນວາ 2023 ທີ່ຜ່ານມາ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ຮ່ວມກັບຫ້ອງການ ຍຸຕິທໍາເມືອງ ໄຊທານີ ໄດ້ຈັດງານ ວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກຍິງ

ພາຍໃຕ້ຫົວຂໍ້ “ 16 ມືຶ້, ຮ່ວມກັນ! ລົງທຶນເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ! ຢູ່ທີ່ ບ້ານ ປາກຊາບໃໝ່ ເມືອງໄຊທານີ ນະຄອນຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການ ຍຸຕິທຳເມືອງ ເມືອງໄຊທານີ ນວ ແລະ ທ່ານ ນາງ ອິນທະນາ ບຸບຜາສະຫວັນ ຜູ້ອໍານວຍການສະມາຄົມ ນອກຈາກນັ້ນຍັງມີທ່ານປະທານຮ່ວມ ຈາກຜູ້ໃຫ້ທຶນ ພາກສ່ວນ ມູນນິທິເອເຊຍ, ອົງການພັດທະນາສາກົນປະເທດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ. ພາຍໃນງານທີ ຜູ້ເຂົ້າຮ່ວມ 516 ຄົນ ຍິງ 372 ຄົນ ທີ່ມາຈາກ ຕາງໜ້າພາກລັດ ຫ້ອງການອ້ອມຂ້າງຂອງເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ອໍານາດການປົກຄອງ ແລະ ປະຊາຊົນ ຈາກ 35 ບ້ານເປົ້າຫມາຍຂອງໂຄງການ ທີ່ນອນຢູ່ໃນເມືອງໄຊທານີ ນວຈ, ຄູ ແລະ ນັກສຶກສາ ຈາກ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ແລະ ພະນັກງານສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ. ໃນພາກເຊົ້າມີກິດຈະກໍາອອກກໍາລັງກາຍໂດຍເຕັ້ນເອວໂລບິກ, ຫຼັງຈາກນັ້ນ ມີການກ່າວເປີດງານ, ອ່ານສານ ທ່ານ ນາຍົກ ແຫ່ງ ສປປ ລາວ, ອ່ານປະຫວັດຂອງ ຂອງ ວັນ ວັນສາກົນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກຍິງ, ການສະແດງລະຄອນ ທີ່ສະແດງໃຫ້ເຫັນເຖິງຜົນສະທ້ອນທາງສັງຄົມກ່ຽວກັບການໃຊ້ຄວາມຮຸນແຮງ ຈາກນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຫຼັງຈາກຈົບພິທີ ຜູ້ເຂົ້າຮ່ວມທຸກທ່ານແມ່ນໄດ້ຮ່ວມກັນ ລົງລາຍເຊັນ ແລະ ວາດແຕ້ມຮູບມືເພື່ອເປັນສັນຍາລັກຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

Leave a comment

5 + two =