Skip to content Skip to footer

ປະກາດຮັບສະຫມັກພະນັກງານ

ປະກາດຮັບສະຫມັກພະນັກງານ

ຕຳແຫນ່ງ: ພະນັກງານການເງິນໂຄງການ (Project Finance Officer)

ໄລຍະເວລາ: 13 ເດືອນ ( June 2024 ຫາ June 2025 )ບ່ອນປະຈຳການ: ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ

ຕຳແຫນ່ງ: ພະນັກງານການເງິນໂຄງການ (Project Finance Officer)

ໄລຍະເວລາ: 13 ເດືອນ ( June 2024 ຫາ June 2025 )

ບ່ອນປະຈຳການ: ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ

ສະມາຄົມເພື່ອພັດທະນແມ່ຍິງ ແລະ ການສຶກສາກົດໝາຍ(ADWLE) ແມ່ນສະມາຄົມບໍ່ຫວັງຜົນກໍາໄລ ສ້າງຕັ້ງຂຶ້ນໃນປີ 2012. ມີຄວາມຕ້ອງການເພື່ອນຮ່ວມງານ ໃນຕຳແຫນ່ງ ພະນັກງານການເງິນໂຄງການ ເພື່ອມາປະຕິບັດໂຄງການ ການເຂົ້າເຖິງຄວາມຍຸຕິທຳຂອງຜູ້ດ້ອຍໂອກາດໃນຊຸມຊົນ  ທີ່ໄດ້ຮັບທຶນສະຫນັບສະໜູນຈາກ ທະນາຄານໂລກ ແລະ ອົງການເຮວີຕັດ ຊຶ່ງຈະໄດ້ປະຕິບັດຢູ່ ເມືອງບໍລິຄັນ ແລະ ເມືອງປາກກະດິງ ແຂວງບໍລິຄຳໄຊ ຊຶ່ງບາງຄັ້ງຈະໄດ້ລົງໄປທ້ອງຖິ່ນນີ້.

ຂອບເຂດໜ້າວຽກຂອງພະນັກງານການເງິນໂຄງການ:

1. ຮັບຜິດຊອບລວມກ່ຽວກັບການເງິນ ແລະ ບໍລິຫານຂອງສະມາຄົມ ເຊັ່ນ: ແຜນງົບປະມານ ແລະ ລາຍງານປະຈຳປີຂອງໂຄງການເພື່ອຮັບຮອງໂດຍຄະນະບໍລິຫານງານ ແລະ ຮັບປະກັນການນໍາໃຊ້ງົບປະມານໃຫ້ຖືກຕ້ອງຕາມລະບຽບ ແລະ ສັນຍາທີ່ໄດ້ເຊັນກັບພາກສ່ວນກ່ຽວຂ້ອງ (ລັດ ແລະ ຜູ້ໃຫ້ທຶນ);

2. ຮັບຜິດຊອບຕິດຕາມງົບປະມານ, ລາຍຮັບ-ລາຍຈ່າຍ, ການຮັບ-ຈ່າຍບັນຊີທະນາຄານ, ລົງບັນຊີ, ລະຫັດກິດຈະກຳ, ລະຫັດຜູ້ໃຫ້ທືນ, ກະກຽມໃບເບີກຈ່າຍເງິນ ແລະ ອື່ນໆ;

3. ຮັບປະກັນຕິດຕາມເງິນລວ່ງໜ້າ, ພາສີ, ໜີ້ຕ້ອງຮັບ, ໜີ້ຕ້ອງຈ່າຍ, ເງິນຄໍ້າປະກັນ, ປະກັນໄພ, ສັນຍາ ແລະ ອື່ນໆ ໃຫ້ຕົງຕາມເວລາທີ່ກຳນົດ ແລະ ຖືກຕ້ອງກັບລະບຽບຫຼັກການ;

4. ຮັບປະກັນການປິດບັນຊີປະຈຳເດືອນ ແລະ ປີ ພ້ອມທັງເຮັດບົດລາຍງານຕ່າງໆທີ່ກ່ຽວຂ້ອງກັບການເງິນ ແລະ ກະກຽມການກວດກາການເງິນຈາກພາຍນອກໃຫ້ມີຂໍ້ພິດພາດໜ້ອຍທີ່ສຸດ ແລະ ຮັບຜິດຊອບສະຫຼຸບລາຍຈ່າຍ ລົງໃນແມ່ແບບດ້ານການລາຍງານການເງິນຂອງໂຄງການຕາມຄວາມຕ້ອງການຂອງຜູ້ໃຫ້ທຶນ ພ້ອມທັງກະກຽມເອກະສານສະໜັບສະໜູນທັງໝົດ ເພື່ອສົ່ງລາຍງານການເງິນໃຫ້ກັບຜູ້ໃຫ້ທຶນ;

5. ຮັບປະກັນການສ້າງຄວາມອາດສາມາດໃຫ້ທິມງານໂດຍການຈັດຝຶກອົບຮົມ, ຂະບວນການແລກປ່ຽນຮຽນຮູ້ ຕະຫຼອດຮອດການບັນທຶກ ແລະ ສ້າງເປັນອົງຄວາມຮູ້ໃນແຕ່ລະຂັ້ນຕອນ ເພື່ອໃຫ້ເຂົາເຈົ້າສາມາດປະຕິບັດໄດ້ຖືກຕ້ອງຕາມ ເຕັກນິກມາດຖານຕ່າງໆໄດ້ຕາມແຜນ ແລະ ເປົ້າໝາຍທີ່ວາງໄວ້ຢ່າງມີຄຸນພາບ.

6. ເຮັດວຽກເປັນທິມ ໂດຍການປືກສາຫາລືປະເດັນບັນຫາຕ່າງໆ ຮ່ວມກັບວິຊາການ ທີ່ຢູ່ພາຍໃຕ້ສາຍວິຊາການຂອງຕົນ ເພື່ອໃຫ້ແນ່ໃຈໄດ້ທາງເລືອກ ແລະ ທາງອອກທີ່ເໝາະສົມທີ່ສຸດ ກ່ອນສະເໜີເຖິງຜູ້ມີສິດຕັດສິນໃຈ ສຸດທ້າຍ.​

7. ຮັບປະກັນບັນດາຂໍ້ມູນ, ເອກະສານ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີການອັບເດດ ແລະ ເກັບໄວ້ຢ່າງເປັນລະບົບ ແລະ ປອດໄພ ທັງລະບົບຕົ້ນສະບັບ ແລະ ອີເລັກໂທນິກ.

8. ເປັນຕົວແທນຂອງໂຄງການ ແລະ ສະມາຄົມເພື່ອເຂົ້າຮ່ວມເຄື່ອຂ່າຍກ່ຽວຂ້ອງ, ກອງປະຊຸມ ແລະ ອື່ນໆ

9. ລາຍງານ ແລະ ສະເໜີບັນຫາຕ່າງໆທີ່ພົບພໍ້ ພ້ອມທັງສະເໜີວິທີແກ້ໄຂທີ່ເໝາະສົມ ລວມທັງຈຸດທີ່ເຫັນວ່າຄວນປັບປຸງເພື່ອໃຫ້ລະບົບ ແລະ ການເຮັດວຽກມີປະສິດທິພາບຂື້ນກ່ວາເກົ່າ;

10. ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ສະມາຄົມ.

ເງື່ອນໄຂການຄັດເລືອກ

  1. ຄຸນນະວຸດ ຈົບຊັ້ນສູງ ຫຼື ລະດັບປະລິນຍາຕີ ໃນສາຂາບໍລິຫານການເງິນ ແລະ ການບັນຊີ, ເສດຖະສາດ ແລະ ບໍລິຫານທຸລະກິດ
  2. ຄວາມຮູ້ດ້ານວິຊາການ ການເງິນ ແລະ ການບັນຊີ, ພາສາອັງກິດ (ຂຽນ, ອ່ານ, ເວົ້າ)
  3. ປະສົບການ 1 ປີຂຶ້ນໄປ
  4. ຄວາມສາມາດສະເພາະ ນໍາໃຊ້ໂປຣແກຣມທີ່ກ່ຽວຂ້ອງກັບວຽກງານເຊັ່ນ: Excel, Quick Book…
  5. ເປັນຄົນລະອຽດ, ຮອບຄອບ, ກົງຕໍ່ເວລາ, ຮັບຜິດຊອບສູງ, ຮຽນຮູ້ວຽກໄດ້ໄວ.
  6. ຈະພິຈາລະນາເປັນພິເສດ ບຸກຄົນທີ່ມີຄວາມເປັນພິການ, ຄົນຊົນເຜົ່າ, ແມ່ຍິງ, ຜູ້ດອຍໂອກາດ ແລະ ຜູ້ທີ່ມີພູມລໍາເນົາໃນພື້ນທີ່ດັ່ງກ່າວ.

ຖ້າທ່ານໃດຫາກມີຄວາມສົນໃຈໃນຕຳແຫນ່ງນີ້ ໃຫ້ຂຽນຈົດໝາຍສະແດງເຖິງຄວາມສົນໃຈແລະອະທິບາຍວ່າຕົນເຫມາະສົມຄືແນວໃດ ພ້ອມທັງສົ່ງ ຊີວະປະຫວັດຫຍໍ້ (CV) ສົ່ງເຖິງ:

 ທ້າວ ບັນດິດ ພິລາກອນ ອີເມວ bbb.bandith.plk@gmail.com WhatApps: 020 54 375 291 ຫລື

ອິນທະນາ ບຸບຜາສະຫວັນ inthana.bou@gmail.com WhatApps: 020 55 628 773 ກຳນົດເວລາສົ່ງຊ້າສຸດ 19/05/2024

Leave a comment

five × 2 =