Skip to content Skip to footer

ການຜະລິດນໍ້າຢາລ້າງຈານໄດ້ກາຍເປັນຄວາມພາກພູມໃຈ ແລະ ສ້າງລາຍໄດ້ເສີມ ບໍ່ສະເພາະພຽງແຕ່ຂ້າພະເຈົ້າ ແຕ່ກຸ່ມຜະລິດຂອງບ້ານພ້ອມ.Making dish soap has become a source of income not just for me, but also for our village production group, and we are so proud of it 

ຂ້າພະເຈົ້າຊື່ ນາງ ຈັນດາ ພິມມະນີ, ປັດຈຸບັນອາໄສຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຂ້າພະເຈົ້າເປັນຄະນະແມ່ຍິງບ້ານ ມີໜ້າທີ່ເຮັດວຽກຊ່ວຍຫ້ອງການບ້ານ. ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ ຊີວິດຂອງຂ້າພະເຈົ້າມີຄວາມຫຍຸ້ງຍາກຫລາຍ ເພາະຕ້ອງໄດ້ຢຸດການເຮັດວຽກ, ບາງມື້ກໍອອກໄປວຽກບາງມື້ກໍບໍ່ໄດ້ໄປ ອີງໃສ່ວຽກງານຕົວຈິງ. ການຈໍາກັດການເດີນທາງ ແລະ ການເຮັດວຽກໃນຊ່ວງດັ່ງກ່າວ ສົ່ງຜົນກະທົບໂດຍກົງຕໍ່ກັບລາຍໄດ້ຂອງຂ້າພະເຈົ້າ ເພາະຂ້າພະເຈົ້າເອງກໍບໍ່ໄດ້ເຮັດວຽກເສີມໃດໆ.

ໃນໄລຍະ ເດືອນ ກໍລະກົດ ປີ 2021 ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ໄດ້ເລີ່ມເຂົ້າມາເຮັດກິດຈະກໍາຢູ່ບ້ານ ແລະ ຕົນເອງກໍໄດ້ເຂົ້າຮ່ວມນໍາ. ທໍາອິດສະມາຄົມໄດ້ເຂົ້າມາເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນຕົນເອງຈາກພະຍາດໂຄວິດ 19 ແລະ ລະດົມໃຫ້ໄປຮັບວັກຊີນຄົບຕາມມາດຕະຖານ. ພາຍຫຼັງທີ່ພະຍາດໂຄວິດເລີ່ມຈາງລົງ ຊາວບ້ານຫຼາຍຄົນ ລວມທັງຂ້າພະເຈົ້າເອງ ຍັງຄົງບໍ່ສາມາດປັບຕົວເຂົ້າກັບວິຖີການດໍາລົງຊີວິດແບບໃໝ່ໄດ້, ສະນັ້ນ ສະມາຄົມຈຶ່ງໄດ້ມີກິດຈະກໍາຟື້ນຟູຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນ ຜ່ານການສ້າງລາຍຮັບໃໝ່ຈາການຜະລິດສິນຄ້າ. ໃນໂປຼແກຼມດັ່ງກ່າວ ສະມາຄົມໄດ້ສະໜອງຄວາມຮູ້ໃໝ່ໆກ່ຽວກັບວິທີການຜະລິດນໍ້າຢາລ້າງຈານ, ນໍ້າຢາຊັກຜ້າ ແລະ ນໍ້າຢາປັບຜ້ານຸ້ມ. ພ້ອມກັນນັ້ນ ອຸປະກອນ ແລະ ຫົວເຊື້ອຕ່າງໆທີ່ນໍາໃຊ້ໃນການຜະລິດ ກໍໄດ້ສະໜອງໃຫ້ພ້ອມ. ພາຍຫຼັງການຝຶກອົບຮົມ ໂຄງການຍັງໄດ້ຝຶກອົບຮົມການຕະຫຼາດໃຫ້ ເພື່ອເປັນແນວທາງການພັດທະນາ ແລະ ຂາຍສິນຄ້າ ທີ່ພວກເຮົາຜະລິດ.

ຜ່ານມາໄລຍະໜຶ່ງ ຊີວິດຂອງຂ້າພະເຈົ້າມີການປ່ຽນແປງໄປໃນທາງທີ່ດີຂຶ້ນຫຼາຍ. ການຜະລິດນໍ້າຢາລ້າງຈານ ກາຍເປັນອາຊີບໃໝ່ໃຫ້ຂ້າພະເຈົ້າ ເຮັດໃຫ້ຂ້າພະເຈົ້າມີກິດຈະກໍາເຮັດ ແລະ ມີຜະລິດຕະພັນທີ່ເປັນສູດສະເພາະຂອງຕົນ. ສິນຄ້າທີ່ຂ້າພະເຈົ້າຜະລິດອອກມາສາມາດນໍາໄປຂາຍຕາມຮ້ານຄ້າຕ່າງໆພາຍໃນບ້ານ ແລະ ຖ້າມີໂອກາດ ກໍສາມາດນໍາໄປຂາຍກອງປະຊຸມ ແລະ ງານຕ່າງໆໄດ້. ນໍ້າຢາລາງຈານ 1 ລິດ ສາມາດຂາຍໄດ້ 25,000 ກີບ, ນໍ້າຢາຊັກຜ້າ 1 ລິດ 30.000 ແລະ ນໍ້າຢາປັບຜ້ານຸ້ມ 1 ລິດ 30,000 ກີບ.

ປັດຈຸບັນ ຂ້າພະເຈົ້າເອງບໍ່ໄດ້ເພິ່ງຫົວເຊື້ອຈາກໂຄງການແລ້ວ, ລາຍຮັບທີ່ໄດ້ມາຈາກການຂາຍຜະລິດຕະພັນ ຂ້າພະເຈົ້າໄດ້ນໍາໄປຊື້ຫົວເຊື້ອໃໝ່ ເພື່ອມາຜະລິດເພີ່ມອີກ. ທີ່ສໍາຄັນ ການຜະລິດນໍ້າຢາລ້າງຈານໄດ້ກາຍເປັນຄວາມພາກພູມໃຈ ແລະ ສ້າງລາຍໄດ້ເສີມ ບໍ່ສະເພາະພຽງແຕ່ຂ້າພະເຈົ້າ ແຕ່ກຸ່ມຜະລິດຂອງບ້ານພ້ອມ.

***
ກິດຈະກໍາຜະລິດຜະລິດນໍ້າຢາລ້າງຈານ ຈັດຕັ້ງປະຕິບັດໂດຍສະມາຄົມ ADWLE ພາຍໃຕ້ໂຄງການ CiSAC ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຜ່ານການສ້າງລາຍໄດ້ຮັບໃໝ່ທີ່ໝັ້ນຄົງໃຫ້ແກ່ພວກເຂົາ. ພາຍໃຕ້ໂຄງການ CiSAC 20 ອົງການຈັດຕັ້ງທາງສັງຄົມ ລວມທັງສະມາຄົມ ADWLE ໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ຊຸມຊົນ ໃຫ້ສາມາດປັບໂຕກັບຜົນກະທົບທາງດ້ານເສດຖະກິດ ແລະ ສຸຂະພາບ ທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ 19.
ໂຄງການ CiSAC ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພາບ ເອີຣົບ, ມີການປະສານງານຜ່ານຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ ແລະ ຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງ ອົງການ SAEDA LAO, CHIAs Laos, ອົງການແພລນສາກົນປະຈໍາ ສປປລາວ ແລະ ຄູ່ຮ່ວມງານທາງພາກລັດ ໂດຍສະເພາະແມ່ນກະຊວງສາທາລະນະສຸກ.

My name is Chanda Phimmany, and I live in Tadthong Village, Sikhottabong District, Vientiane Capital. I am a member of the village women’s committee, and my work is to support the village office. The pandemic brought challenging circumstances to my life, making things more difficult. My regular work was put on hold, and I could only go in on certain days or on an on-call basis for high-priority tasks. Since I have no other job, these restrictions directly impacted my income.

In July 2021, I was lucky that I was able to participate in project activities led by the Association for the Development of Women and Legal Education (ADWLE). The project first taught villagers how to protect ourselves from COVID-19 and encouraged us to get vaccinated. As COVID-19 cases declined, many villagers, including myself, still struggled to adapt to the “new normal.” To address this issue, ADWLE introduced a livelihood recovery program which empowered us to make products that would provide supplementary income. Through the program, participants learned to make products such as dishwashing liquid, softener, and detergent. The necessary production equipment was also provided as part of the program. Moreover, they taught us marketing techniques to help develop and sell the products we made.

Over time, my life has significantly improved. Making dishwashing liquid has become my new profession, and I have successfully developed my own unique products. My products are usually displayed and sold at village shops, and whenever opportunities arise, I also participate in conferences and events to showcase and sell them. Regarding the price, I charge 25,000 kip for a liter of dish soap, while a liter of laundry detergent and fabric softener each cost 30,000 kip.

I am proud to say that I have reached a point where I no longer rely on project supplies to make my products. The income generated from sales has enabled me to independently purchase the necessary production materials. More importantly, making dish soap has become a source of income not just for me, but also for our village production group, and we are so proud of it.

***
The Dish Soap Production Program, led by ADWLE ສພມສກ through the CISAC project, successfully promotes community livelihoods by helping them secure a sustainable income source. Through the CISAC project, 20 local associations like ADWLE have helped families and communities recover from the negative health and economic impacts of COVID.
The CiSAC project is funded by the European Union in Laos, coordinated through ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ – Lao CSO Coordination Office – LCCO and implemented in partnership between #LaoCSOsSAEDA LAOCHIAs LaosPlan International Laos and their Lao government partners, particularly the Ministry of Health.

Leave a comment

nine + 5 =